ຫນ້າແປກໃຈເປັນຫຍັງເຮັດວຽກຫນັກເກືອບຕາຍ ແຕ່ບໍ່ລວຍຈັກເທື່ອ ເພາະອັນໃດ (ເພາະຕິດກັບດັກຊີວິດນັ້ນເອງ) ຮຽນຈົບອອກມາຕ້ອງຂັບລົດໂກ້ ແຕ່ງໂຕໂກ້ ເສຍເງິນໄປກັບຫນີ້ສິນບໍ່ແມ່ນສັບສິນ ທີ່ຈໍາເປັນ ສຸດທ້າຍກໍ່ເປັນລາຊາເງິນຜ່ອນ ຜ່ອນນັ້ນຜ່ອນນີ້ ແມ້ນແຕ່ໂທລະທັດຍັງຜ່ອນ ຖ້າຢາກກ້າວສູ່ຄວາມຫມັ້ນຄົງເຮົາຕ້ອງປະຕິບັດດັ່ງນີ້:
1. ທັດສະນະຄະຕິດີເປັນໂຕຕັ້ງ ຕາມດ້ວຍຄວາມທະເຍີທະຍານ ຢາກລວຍຢາກມີຊີວິດປະສົບຄວາມສໍາເລັດ ເວົ້າງ່າຍໆເປົ້າຫມາຍຕ້ອງຊັດເຈນ ບໍ່ແມ່ນຢາກລວຍແຕ່ປາກ ມັນຕ້ອງລວຍຈາກອິນເນີ ພໍຢາກລວຍວິໃນທາງການເງິນຈະຕາມມາ ຮູ້ຈັກເກັບອອມວາງແຜນການເງິນ ພັດທະນາໂຕເອງ ຫາລາຍໄດ້ເພີ້ມຂື້ນ
2. ມີ Mission ທີ່ແນ່ນອນ ເບິ່ງພາບໃຫຍ່ອີກ 5 ປີ ຂ້າງຫນ້າ 10 ປີຂ້າງຫນ້າຈະເປັນແນວໃດເຊັ່ນ: John F Kennedy ທີ່ເຄີຍປະກາດສັກດາວ່າຈະສົ່ງຄົນໄປເທິງດວງຈັນ ໃຜແດ່ຈະຄິດວ່າເຂົາເຮັດໄດ້ ເພາະນະຕອນນັ້ນໃນປີ 1961 NASA ຍັງເປັນຮອງໂຊຫວຽດຊໍ້າ ແຕ່ແລ້ວເຂົາກໍ່ເຮັດໄດ້ໃນວັນທີ 20 ກໍລະກົດ 1969 ໄດ້ສົ່ງຍານ Apollo11 ລົງຈອດທີ່ພື້ນຜີວຂອງດວງຈັນໄດ້ ເພາະມີຄວາມມຸ້ງຫມັ້ນ ເຂົາເຊື່ອວ່າເຮັດໄດ້ ແລະ ເຮັດກໍ່ເຮັດໄດ້ໃນທີ່ສຸດ ຊີວິດເຮົາກໍ່ຄືກັນ ການວາງເປົ້າຫມາຍ ມັນບໍ່ແມ່ນການຕີກອບ ແຕ່ເປັນການສ້າງແນວທາງໃຫ້ຊີວິດຍ່າງໃຫ້ຕົງ ແລະ ເຮັດທຸກມື້ໃຫ້ມີຄວາມຫມາຍກັບຊີວິດຫລາຍຂື້ນ
3. ໃຊ້ເງິນຕໍ່ເງິນຢາກລວຍຢ່າເຮັດວຽກເພື່ອເງິນ ແຕ່ຈົ່ງໃຫ້ເງິນເຮັດວຽກ ສົນໃຈກັບສັບສິນບໍ່ແມ່ນລາຍໄດ້ ຖ້າເຮົາເລືອກເຮັດ ວຽກເພື່ອຈໍາເງິນ ອໍານາດຈະຢູ່ໃນມືຂອງນາຍຈ້າງ ແຕ່ຖ້າຮູ້ຈັກໃຊ້ເງິນເຮັດວຽກອໍານາດຈະຢູ່ໃນມືເຮົາ ລອງນໍາເງິນໄປລົງທຶນເບິ່ງວ່າຈະເປັນຈາກຫຸ້ນ ຫລື ອະສັງຫາ ກອງທຶນລວມ ທີ່ຄົນລວຍມັກລົງທຶນກັນ ເຖິງຈະເຕັມໄປດ້ວຍຄວາມສ່ຽງແຕ່ສາມາດລົດຄວາມສ່ຽງໄດ້ດ້ວຍການເຕີມຄວາມຮູ້ ແລະ ວັດໂຕເອງວ່າຍອມຮັບຄວາມສ່ຽງໄດ້ຫລາຍຫນ້ອຍຂະຫນາດໃດ ຈັກ level ຫລາຍແດ່ກໍ່ເປັນຮຸ້ນ ອະສັງຫາ ນ້ອຍສຸດກໍ່ພັນທະບັດ ລະດັບຂອງຜົນຕອບແທນກໍ່ລົດຖອນກັນໄປ
4. ຢ່າທຸ້ມເທຄວາມຄິດໄປກັບການປະຢັດ ແລະ ອົດອອມມັນເປັນພຽງຂັ້ນໃດແລກເທົ່ານັ້ນ ແຕ່ຖ້າປະຢັດຈົນເສຍສົມດຸນນ ຄວາມສຸກຂອງຊີວິດອາດມີຊີວິດຢູ່ເທິງຄວາມຄຽດ ແລະ ການບໍ່ກະຫາຍ ໃຊ້ຊີວິດຢູ່ຕາມອັດທະຍະພາບ ຈັ່ງໃດກໍ່ບໍ່ລວຍ ຕ້ອງ ກ້າປ່ຽນແປງຫາເຮັດອັນໃດໃຫມ່ໆທີ່ໄດ້ຜົນຕອບແທນຄຸ້ມຄ່າແດ່ ເພາະໃນໂລກແຫ່ງຄວາມເປັນຈິງ ອັດຕາເງິນເຟີ້ຍິ່ງສູງ ລາຄາສິນຄ້າກ້າວກະໂດດຖີບໂຕສູງຂື້ນ ຖ້າເອົາແຕ່ປະຢັດ ແຕ່ບໍ່ຄິດຈະສ້າງເງິນເຮັດເງິນ ຫາຄວາມລໍ້າລາຍໄດ້ຍາກ ແລະ ຍາກແທ້ໆ ຫາກມື້ນີ້ເຮົາຢາກເຮັດວຽກຫນັກ ແລະ ຊີວິດຍັງຈົມປັກຢູ່ກັບທີ່ ລອງປ່ຽນຄວາມຄິດ ແລະ ສິ່ງທີ່ເຮັດເບິ່ງວ່າ ຖ້າເຮັດວຽກທີ່ສ້າງລາຍໄດ້ບໍ່ເຫມາະສົມ ຊີວິດກໍ່ຫາຄວາມມັ້ງຄັ້ງໄດ້ຍາກ ແລະ ຍິ່ງບໍ່ວາງແຜນການເງິນ ຂາດການອອມ ບໍ່ຮູ້ຈັກ ການລົງທຶນ ສຸດທ້າຍກໍ່ຈະແພ້ຄວາມຢ້ານ ຈົນເຮັດໃຫ້ບໍ່ກ້າປ່ຽນແປງຄວາມຄິດ ຊີວິດກໍ່ຈະບໍ່ປ່ຽນແປງ
-
ຍິນດີນໍານ້ອງນາຕາລີ ສີລາເພັດ M14 ຄອງຕຳແຫນ່ງນາງສາວອັດຕະປືປີ2018 10ຄົນສຸດທ້າຍນາງສາວອັດຕະປື 1:ນາງ ວາດສະຫນາM1 2:ນາງ ຫັດສາວະດີ M2 3:ນາງ ຕ...
-
ຊົມເຊີຍພົນລະເມືອງດີທີ່ໄປແຈ້ງໃຫ້ການຈັດຕັ້ງບ້ານນຳກຳລັງໄປຈັບຄົນຈີນທີ່ປຸ້ນເຮືອນປະຊາຊົນຢູ່ໜ້າຮ້ານລາບຄ້ອຍໂພນທັນໄດ້ 2 ຄົນ... ເຫດເກີດ ຫົກໂມງແລງວານນ...
-
สังคมโซเชียล โดยเฉพาะผู้ใช้แอปพลิเคชัน LINE มักจะคุ้นชินกับการรับ-ส่งภาพดอกไม้ที่มีข้อความทักทายในยามเช้าของแต่ละวัน โดยส่งผ่านช่องทางส่ว...
ไม่มีความคิดเห็น:
แสดงความคิดเห็น